วันพุธที่ 19 กันยายน พ.ศ. 2555

ການເລືອກເຮັດທຸລະກິດ ທີ່ຮັບປະກັນຄວາມເພິ່ງພໍໃຈ

       ເວລານີ້ເຮົາຈະມາເວົ້າເລື່ອງແນວໂນ້ມຂອງທຸລະກິດຍຸກໃຫມ່ ແລະກະແສໃນຍຸກປັດຈຸບັນ ເຮົາຈະໄດ້ຮູ້ວ່າວ່າກະແສໃດໃນຍຸກປັດຈຸບັນເຕີບໂຕໄວທີ່ສຸດ ແລະທຳລາຍໄດ້ຫຼາຍທີ່ສຸດ ກ່ອນຈະມາເວົ້າເລື່ອງ ຂໍຍ້ອນອາດິດກັບໄປກ່ອນເພື່ອຈະໄດ້ເຂົ້າໃຈວິວັດທະນາການຂອງທຸລະກິດ ໄດ້ຢ່າງຊັດເຈນ

paul zen pilzer (ພໍເຊັນພິວເຊີ່)

paul zen pilzer  ຄືນັກເສດຖະສາດຊື່ດັງຄົນໜຶ່ງ ແລະເປັນທີ່ປຶກສາຂອງປະທານາທິບໍດີສາຫະລັດອາເມຣິການເຖິງ 3 ສະໄໝດ້ວຍກັນ ລາວໄດ້ພະຍາກອນແນວໂນ້ມຂອງກະແສທຸລະກິດໃນແຕ່ລະຍຸກແຕ່ລະສະໄໝ ຜູ້ໃດຈັບກະແສເຫຼົ່ານັ້ນທັນ ຜູ້ນັ້ນຈະເປັນເສດຖີ ຫຼືຄົນລວຍ ແລະຍຸກກະແສດັ່ງກ່າວມີດັ່ງນີ້
- ໃນຍຸກ 1970s ເປັນຍຸກຂອງເຕົາ Microwave 
- ໃນຍຸກ 1980s ເປັນຍຸກຂອງ VCR ເຄື່ອງຫຼີ້ນວິດີໂອເທັບ
- ໃນຍຸກ 1990s ເປັນຍຸກຂອງ Computer & Internet
- ໃນຍຸກປັດຈຸນີ້ ເປັນຍຸກຂອງສຸຂະພາບ ແລະຄວາມງາມ ແລະຕ້ອງເປັນທຸລະກິດເຄື່ອຄ່າຍເທົ່ານັ້ນ
ໃຜຈັບຍຸກກະແສນີ້ໄດ້ຄົນນັ້ນຈະເປັນມະຫາເສດຖີຢ່າງແນ່
*ເຮົາຈະມາຍົກຕົວຢ່າງຂອງມະເສດຖີ ຢ່າງເຊັ່ນ Bill gate ເຈົ້າຂອງ Microsoft ທີ່​ຈັບ​ກະ​ແສ​ຂອງ Computer ໄວ້ໄດ້ ຈຶ່ງເຮັດໃຫ້ລາວເປັນມະຫາເສດຖີໄດ້ພາຍໃນພິກຕາ



ຈະດີບໍ? ຖ້າມື້ນີ້ມີຄົນມາບອກທ່ານວ່າທ່ານຈະເປັນມະຫາເສດຖີພາຍໃນ 3 ປີຂ້າງໜ້າ
ແລະຈະດີບໍຖ້າມື້ນີ້ທ່ານໄດ້ພົບ ໂຄງການທຸລະກິດໜຶ່ງທີ່ກຳລັງຈະປ່ຽນຊິວິດຂອງທ່ານ

ນີ້ຄືຜົນຮັບຂອງຜູ້ທີ່ເຂົ້າຮ່ວມໂຄງການນີ້ ໂດຍໃຊ້ໄລຍະເວລາອັນສັ້ນໆ 2 ບໍ່ເກີນ 3 ປີ
ຜົນຮັບຈາກຜູ້ທີ່ເຂົ້າຮ່ວມ


ເປັນຫຍັງ 2 ມະຫາເສດຖີຕ້ອງແນະນຳໃຫ້ເຮັດທຸລະກິດເຄືອຂ່າຍ

1. Robert Kiyosaki ເຈົ້າ​ຂອງ​ລິຂະ​ສິດ​ຫນັງສື Rich Dad Poor Dad
2. Donald Trump ນັກ​ທຸລະກິດ​ລະ​ດັບ 10,000 ລ້ານ​ຫລຽນ
ຂຽນ​ບົດ​ຄວາມ​ຮ່ວມ​ກັນ​, ແນະ​ນຳ​ໃຫ້​ໃຜ​ກໍ​ຕາມ​ທີ່​ຢາກ​ມີ​ທຸລະກິດ​ເປັນ​ຂອງ​ຕົວ​ເອງໃຫ້​ເລີ່ມ​ດ້ວຍ​ການເຮັດ Network Marketing ໃນ​ຫນັງສື Why We Want You To Be Richແລະ Why We Recommend Network Marketing
ເປັນຫຍັງ​ Robert Kiyosaki ​ເຖິງ​ແນະ​ນຳ​ທຸລະກິດ​ເຄືອ​ຂ່າຍ ຫລື MLM ໃຫ້​ກັບ​ຜູ້​ອື່ນ? ມີ​ຄົນ​ຖາມ​ຂ້ອຍ​ສະເໝີ​ວ່າ: ເປັນຫຍັງຂ້ອຍ​ຈຶ່ງ​ແນະ​ນຳ​ທຸລະກິດ​ເຄືອ​ຂ່າຍ​ໃຫ້​ກັບ​ຄົນ​ທົ່ວ​ໄປ?. ທັງ​ໆທີ່ຂ້ອຍ​ກໍ​ບໍ່​ໄດ້​ລ້ຳລວຍ​ຂຶ້ນ​ມາ​ຈາກ​ທຸລະກິດ​ກາ​ນຕະຫ​ລາດ​ແບບ​ເຄືອ​ຂ່າຍ​​ເລີຍ, ຂ້ອຍ​ມີ​ເຫດຜົນ​ຢູ່​ຫລາຍ​ປະ​ການ​ທີ່​ເຮັດ​ເຊັ່ນ​ນີ້ແລະ​ນີ້​ແຫລະ​ຄື​ທີ່​ມາ​ຂອງ​ຫນັງສື​ເຫລັ້ມນີ້:
ໂອ​ກາດ​ທີ 1: ໂອ​ກາດ​ໃນ​ການ​ຮຽນ​ຮູ້​ທຸລະກິດ​ທີ່​ຈະ​ປ່ຽນ​ແປງ​ຊີວິດ​ຂອງ​ເຈົ້າ​ບໍ່ແມ່ນ​ເລື່ອງ​ເງິນ
     ພວກເຂົາ​ມັກ​ຈະ​ເລົ່າ​ເຖິງ​ຄົົນທີ່​ສາມາດຫາ​ເງິນ​ໄດ້​ເຖິງ: ​ໜຶ່ງ​ແສນ​ຫລຽນ​ຕໍ່​ເດືອນ ຈາກ​ທຸລະກິດ​ຂອງ​ພວກເຂົາ​ໃຫ້​ຟັງ​ຢ່າງ​ຕື່ນ​ເຕັ້ນແລະ​ຂ້ອຍ​ກໍ່ໄດ້​ເຄີຍ​ພົບ​ກັບ​ຄົນ​ເຫລົ່າ​ນັ້ນ​ແທ້ໆມາ​ແລ້ວ​. ຂ້ອຍ​ຈຶ່ງ​ບໍ່​ມີ​ຄວາມ​ສົງ​​ໃສ​ໃນ​ສັກກະ​ຍະ​ພາບ​ຂອງ​ການສ້າງ​ລາຍ​ໄດ້​ຫລວງຫລາຍ​ຈາກ​ທຸລະກິດ​ເຄືອ​ຂ່າຍ​ເລີຍ.
ໂອ​ກາດ​ທີ 2: ໂອ​ກາດ​ໃນ​ການ​ປ່ຽນ​ມາ​ຢູ່​ດ້ານ​ຂວາ​ຂອງ​ເງີນ​ສີ່​ດ້ານ, ແທນ​ທີ່​ຈະ​ເປັນ​​ພຽງ​ແຕ່​ປ່ຽນວຽກ, ເຈົ້າ​ເຄີຍ​ໄດ້ຍິນ​ຄົນ​ເວົ້າ​ປະ​ໂຫຍກ​ຕໍ່ໄປ​ນີ້​ເລື້ອຍ​ໆຊ່ຳໃດ?
1. ຂ້ອຍ​​ຢາກ​ຈະ​ຢຸດ​ເຮັດວຽກ​ເສຍ​ທີ.
2. ຂ້ອຍ​ເບື່ອ​ແລ້ວ​ກັບ​ການ​ປ່ຽນ​ວຽກ.
3. ຂ້ອຍ​ຢາກ​ຈະ​ມີ​ລາຍ​ໄດ້​ຫລາຍກວ່າ​ນີ້, ແຕ່​ຂ້ອຍ​​ກໍ່ບໍ່​ຢາກ​ລາ​ອອກຈາກ​ງານ​ແລະ​ເລີ່ມ​ຕົ້ນ​ໃໝ່​ອີກ, ແລ້ວ​ຂ້ອຍ​​ກໍ່​ບໍ່​ຢາກ​ກັບ​ໄປ​ຮຽນ​ຫນັງສື​ເພື່ອ​ສຶກ​ສາ​ວິ​ຊາ​ອາຊີບ​ໃໝ່​ໆອີກ.
4. ທຸກໆ​ເທື່ອ​ທີ່​ເງິນ​ເດືອນ​ຂຶ້ນ, ພາ​ສີ​ກໍ​ຂຶ້ນ​ຕາມ​ທຸກ​ທີ.
5. ຂ້ອຍ​​ເຮັດວຽກ​ໜັກ​ຫລາຍ​ແຕ່​ເຈົ້າ​ຂອງ​ບໍລິສັດ​ລວຍ​ຢູ່​ຄົນ​ດຽວ.
6. ຂ້ອຍ​ເຮັດວຽກ​ໜັກ​ຫລາຍ, ແຕ່​ຂ້ອຍ​​ກໍ່​ຍັງມີ​ບັນຫາ​ເລື່ອງ​ການ​ເງິນ​ຢູ່, ​ຂ້ອຍ​​ຄົງ​ຕ້ອງ​ວາງ​ແຜນ​ເລື່ອງ​ການ​ກະສຽນ​ຂອງ​ຂ້ອຍ​​ໃໝ່.
7. ຂ້ອຍ​ຢ້ານ​ວ່າ​ເທັກ​ໂນ​ໂລ​ຢີ​ໃໝ່​ໆຈະ​ເຮັດໃຫ້​ຂ້ອຍ​ເປັນ​ຄົນ​ຫລ້າ​ສະໄໝ​ໄປ​ເສຍ​ແລ້ວ.
8. ຂ້ອຍ​ແກ່​ເກີນ​ໄປແລ້ວ​ບໍ່​ສາມາດ​ເຮັດວຽກ​ໜັກ​ເຊັ່ນ​ນີ້​ຕໍ່ໄປ​ໄດ້​ອີກ​ແລ້ວ.
9. ຂ້ອຍ​ຮຽນ​ຈົບ​ທັນ​ຕະ​ແພດ, ແຕ່​ຂ້ອຍ​​ກໍ່​ເບື່ອ​ທີ່​ຈະ​ເປັນ​ທັນ​ຕະ​ແພດ​ແລ້ວ.
10. ຂ້ອຍ​ພຽງ​ແຕ່ຕ້ອງ​ການ​ຫາ​ຫຍັງ​ໃໝ່​ໆເຮັດ​ແລະ​ໄດ້​ມີ​ໂອ​ກາດ​ພົບ​ກັບ​ຄົນ​ກຸ່ມ​ໃໝ່​ໆນຳ, ຂ້ອຍ​​ເບື່ອ​ທີ່​ຈະ​ຕ້ອງ​ເຮັດວຽກ​ກັບ​ຄົົນທີ່​ບໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ແລະ​ກໍ​ບໍ່​ມີ​ເປົ້າ​ໝາຍ​ໃນຊີວິດ, ຂ້ອຍ​​ເບື່ອ​ທີ່​ຈະ​ຕ້ອງ​ເຮັດວຽກ​ກັບ​ຄົົນທີ່​ເຮັດວຽກ​ໄປ​ວັນໆ, ແບບ​ຫາ​ເຊົ້າ​ກິນ​ຄ່ຳ​ແລະ​ບໍ່​ຢາກ​ທີ່​ຈະ​ເຮັດວຽກ​ກັບ​ບໍລິສັດ​ທີ່​ຈ່າຍ​ເງິນ​ໃຫ້​ກັບ​ເຮົາ​ພຽງແຕ່​ເຮັດໃຫ້​ເຮົາ​ພໍ​ຢູ່​ໄດ້​ເທົ່າ​ນັ້ນ.
ໂອ​ກາດ​ທີ 3 : ໂອ​ກາດ​ທີ່​ຈະ​ເຂົ້າ​ສູ່​ດ້ານ B (ເຈົ້າ​ຂອງ​ກິດຈະການ) ດ້ວຍ​ຕົ້ນ​ທຶນ​ໃນ​ການ​ເລີ່ມ​ຕົ້ນ​ແລະ​ການ​ດຳ​ເນີນ​ງານ​ຕ່ຳ​ກວ່າ
     ໃນ​ລະຫວ່າງ​ທີ່​ຂ້ອຍ​ໄດ້ຮັບ​ເຊີນ​ໃຫ້​ໄປ​ບັນຍາຍ​ກ່ຽວກັບ​ເລື່ອງ​ທຸລະກິດ​ແລະ​ການ​ລົງ​ທຶນ​ໃຫ້​ກັບ​ຜູ້​ຟັງ​ກຸ່ມ​ໜຶ່ງ​ທີ່​ໂບດ,  ກໍ່​ມີ​ຄົນ​ຄົນ​ໜຶ່ງ​ຖາມ​ຂ້ອຍ​ຂຶ້ນ​ວ່າ: ຖ້າ​ດ້ານ B ດີກວ່າ​ດ້ານ​ອື່ນ​ຫລາຍ​ເຖິງ​ຂະໜາດ​ນີ້, ເປັນຫຍັງ​ຄົນ​ສ່ວນ​ໃຫຍ່​ຈຶ່ງ​ບໍ່​ມີ​ເລີ່ມ​ຕົ້ນ​ກັນ​ທີ່​ດ້ານ B ເສຍ​ເລີຍ.
ມັນ​ກໍ​ຄົງ​ຈະ​ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ​ທີ່​ຈະ​ຕອບ​ຄຳ​ຖາມ​ນີ້ແລະ​ຖ້າ​ຈະ​ຕອບ​ເອົາ​ແບບ​ງ່າຍໆວ່າ: “ ເພາະ​ຕົ້ນ​ທຶນ​ມັນ​ສູງ ”. ຄຳຕອບ​ນີ້​ກໍ່ອາດຈະ​ບໍ່​ໄດ້​ໃຫ້​ຄວາມຫມາຍ​ເຖິງ​ເລື່ອງ​ຕ່າງໆອີກ​ຫລາຍ​ເລື່ອງ​ທີ່​ຄວບ​ຄຸມ​ກວ້າງ​ກວ່າ​ເລື່ອງ​ຂອງ​ເງິນ​. ມີ​ປັດ​​ໃຈ​ອື່ນໆອີກ​ຫລາຍຢ່າງ​ທີ່​ຈະ​ຕ້ອງ​ທຸ່ມເທ​ເຂົ້າໄປ​ເພື່ອ​ສ້າງ​ທຸລະກິດ​ໃນ​ດ້ານ B ນີ້.
ໂອ​ກາດ​ທີ 4 : ໂອ​ກາດ​ທີ່​ຈະ​ໄດ້​ລົງ​ທຶນ​ໃນ​ທຸລະກິດ​ປະ​ເພດ​ດຽວ​ກັນ​ກັບ​ຄົນ​ລວຍ​ເຮັດ
     ຊ່ວຍ​ແນະ​ນຳ​ຂ້ອຍ​​​ໄດ້​ບໍ່​ວ່າ: ​ຈະ​ມີ​ວິທີ​ລົງ​ທຶນ​ໃນ​ອະ​ສັງ​ຫາ​ລິມະຊັບ​ຢ່າງໃດ​ໂດຍ​ທີ່​ບໍ່​ຕ້ອງ​ໃຊ້​ເງິນ​ດາວ?
ໂອ​ກາດ​ທີ 5 : ໂອ​ກາດ​ໃນ​ການສ້າງ​ຄວາມ​ຝັນ​ໃຫ້ເປັນ​ຈິງ, ພໍ່ລວຍ​ຂອງຂ້ອຍ​​ເຄີຍ​ເວົ້າ​ວ່າ “ ມີ​ຄົນ​ເປັນ​ຈຳນວນ​ຫລາຍ​ທີ່​ບໍ່​ມີ​ຄວາມ​​​ໃຝ່​ຝັນ​ອັນໃດ​ເລີຍ ”.
     “​ ເປັນເພາະອັນໃດລະ? ” ຂ້ອຍ​ຖາມ: “ ກໍ່ເພາະ​ວ່າ​ຄວາມ​ຝັນ​ເປັນ​ສິ່ງ​ທີ່​ມີ​ຕົ້ນ​ທຶນ ”, ຈຸດ​ປະ​ກາຍ​ຄວາມ​ໃຝ່​ຝັນ.ຄິມ​ ພັນລະຍາ​ຂອງ​ຂ້ອຍ​​ແລະ​ຕົວ​ຂ້ອຍ​ເອງໄດ້​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ງານ​ສັງສັນ​ທີ່​ຜູ້​ນຳ​ລະ​ດັບ​ສູງ​ໃນ​ທຸລະກິດ​ເຄືອ​ຂ່າຍ​, ຈັດ​ຂຶ້ນ​ທີ່​ຄະ​ລື​ຫາດ​ຂອງ​ພວກເຂົາ ​ເຊິ່ງມີ​ພື້ນ​ທີ​ເຖິງ 17,000 ຕາ​ລາງ​ຟຸດ, ໃນ​ໂຮງ​ລົດ​ຂອງພວກເຂົາກໍ່​ມີ​ລົດ​ຈອດ​ຢູ່​ເຖິງ 8 ຄັນແລະ​ໜຶ່ງໃນ​ນັ້ນ​ກໍ​ເປັນ​ລົດ​ລິ​ມູ​ຊີນ, ນອກ​ຈາກ​ນີ້​ໃນ​ໂຮງ​ລົດ​ຂອງພວກເຂົາກໍ​ຍັງມີ​ບັນດາ​ຂອງ​ຫລິ້ນ​ຂອງ​ພວກເຂົາເກັບ​ຢູ່​ດ້ວຍ, ຕົວ​ເຮືອນແລະ​ຂອງ​ຫລິ້ນ​ຂອງ​ພວກເຂົາ​ເປັນ​ສິ່ງ​ທີ່​ປະ​ທັບ​ໃຈ​ຂ້ອຍ​ຫລາຍ, ແຕ່​ສິ່ງ​ທີ່​ປະ​ທັບ​ໃຈຂ້ອຍ​ຫລາຍ​ທີ່ສຸດ​ກໍ​ຄື: ຊື່​ຖະໜົນ​ທີ່​ເຮືອນພວກເຂົາຕັ້ງ​ຢູ່​ເປັນ​ຊື່​ຖະໜົນ​ໂດຍ​ໃຊ້​ຊື່​ແລະ​ນາມ​ສະ​ກຸນ​ຂອງ​ພວກເຂົາ, ພວກເຂົາ​ຕອບ​ວ່າ: “ ງ່າຍ​ຫລາຍ, ຂ້ອຍ​​ບໍລິຈາກ​ເງິນ​ສ້າງ​ໂຮງຮຽນ, ສ້າງ​ຫໍສະໝຸດ, ທາງ​ການ​ກໍ່​ເລີຍ​ຕັ້ງຊື່​ຖະໜົນ​ໃຫ້ເປັນ​ກຽດ​ກັບຂ້ອຍ​ ”. ຄຳ​ຕອບ​ນັ້ນ​ເອງ​ເຮັດໃຫ້​ຂ້ອຍ​​ຮູ້​ວ່າ​ຄວາມ​ຝັນ​ຂອງ​ພວກເຂົານັ້ນ​ໃຫຍ່​ກວ່າ​ຂອງ​ຂ້ອຍ​​ຫລາຍ, ຂ້ອຍ​ຍັງ​ບໍ່ເຄີຍ​ມີ​ຄວາມ​ຝັນ​ທີ່​ຈະ​ມີ​ຊື່​​ແລະນາມສະ​ກຸນ​ຂອງ​ຂ້ອຍ​​ເປັນ​ຊື່​ຖະໜົນຫລື​ບໍລິຈາກ​ເງິນ​ເພື່ອ​ສ້າງ​ໂຮງຮຽນ, ສ້າງ​ຫໍສະໝຸດ​ແບບ​ນີ້​ເລີຍ. ເມື່ອ​ກັບມາ​ຈາກ​ເຮືອນ​ຂອງ​ພວກເຂົາ, ໃນ​ຄືນ​ວັນ​ນັ້ນ, ຂ້ອຍ​​ຕະ​ໜັກ​ດີ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ຂ້ອຍ​ຈະ​ຕ້ອງ​ເພີ່ມ​ຂະໜາດ​ຄວາມ​ຝັນ​ຂອງ​ຂ້ອຍ​ເສຍທີ.
ໂອ​ກາດ​ທີ 6 : ຄຸນຄ່າ​ຂອງ​ທຸລະກິດ​ເຄືອ​ຂ່າຍ​ວັດ​ດ້ວຍອັນໃດ?
      ໃນ​ປີ 1974 ​ເຊິ່ງ​ເປັນ​ຊ່ວງ​ທີ່​ຂ້ອຍ​​ກຳ​ລັງ​ເຮັດວຽກ​ຢູ່​ກັບ ​ບໍລິສັດ ​ຊີ​ລັອກຊ໌​ ທີ່​ຮາ​ວາຍ ຂ້ອຍ​​ມີ​ບັນຫາ​ກ່ຽວກັບ​ການ​ຂາຍ​ເຄື່ອງ​ແຟກຊ໌​ຂອງ​ຊີ​ລັອກຊ໌​, ເພາະ​ວ່າ​ມັນ​ເປັນ​ສິນ​ຄ້າ​ໃໝ່ແລະ​ທີ່​ຍາກ​ໄປ​ກວ່າ​ນັ້ນ​ກໍ່ຄື​ຄຳ​ຖາມ​ທີ່​ວ່າ:
ກິດຈະການ​ທຸກ​ແຫ່ງ​ຈະ​ຕ້ອງ​ມີ​ເຄື່ອງ​ແຟກຊ໌​ຢ່າງ​ຫນ້ອຍ​ໜຶ່ງ​ເຄື່ອງ, ຄຸນຄ່າ​ຂອງ​ເຄື່ອງ​ແຟກຊ໌​ຍິ່ງ​ເພີ່ມ​ຫລາຍ​ຂຶ້ນ​ເມື່ອ​ເຄື່ອງ​ແຟກຊ໌​ເກີດ​ໂຍງ​ໃຍ​ກາຍ​ເປັນເຄືອ​ຂ່າຍ​ຂຶ້ນ​ມາ ແລະ​ການ​ຂາຍ​ກໍ່​​ເຮັດໄດ້​ງ່າຍ​ຂຶ້ນ​ອີກ​ດ້ວຍ.
ມີໃຜ​ທີ່​ຊື້​ເຄື່ອງ​ນີ້​ໄປ​ແລ້ວ? ເວົ້າ​ອີກ​ຄວາມ​ໜຶ່ງ​ກໍ່​ຄື: ເຖິງ​ເຈົ້າ​ມີ​ເຄື່ອງ​ແຟກຊ໌​ແຕ່​ຖ້າ​ຄົນ​ອື່ນ​ພວກເຂົາ​ບໍ່​ມີ​ກັນ, ກໍ່ບໍ່​ມີ​ຄວາມຫມາຍຫຍັງ? ກ່າວ​ຄື​​ເຮົາ​ຈະ​ຕ້ອງ​ມີ​ເຄືອ​ຂ່າຍ​ຂອງ​ເຄື່ອງ​ແຟກຊ໌, ແຕ່​ຫລັງ​ຈາກ 10 ປີ​ຜ່ານ​ໄປ, ວັນ​ນີ້​ມີ​ຜູ້​ຄົນ​ໃຊ້​ເຄື່ອງ​ແຟກຊ໌​ກໍ່ມີ​ຫລາຍ​ຂຶ້ນ, ​ເກື​ອບທຸກ​ບໍລິສັດ​ຕ້ອງ​ມີຢ່າງໜ້ອຍ 1 ​ເຄື່ອງ.
ໂອ​ກາດ​ທີ 7 : ຄຸນຄ່າ​ທີ່​ເຈົ້າ​ປະ​ເມີນ​ຕົວ​ເອງ​ຈະ​ເປັນ​ຕົວ​ກຳນົດ​ສິ່ງ​ທີ່​ເຈົ້າ​ເປັນ​ໄດ້​ຢ່າງໃດ
     ລະຫວ່າງ​ທີ່​ຂ້ອຍ​ກຳ​ລັງ​ບັນຍາຍ​ເລື່ອງ​ການ​ເລີ່ມ​ຕົ້ນ​ແລະ​ການສ້າງ​ທຸລະກິດ​ກໍ່​ມີ​ຜູ້​ເຂົ້າ​ຮັບ​ການ​ອົບຮົມ​ຄົນ​ໜຶ່ງ​ຖາມຂ້ອຍ​​ວ່າ:
“ ເປັນຫຍັງ​ຄຸນຄ່າ​ທີ່​ເຮົາ​ປະ​ເມີນ​ຕົວ​ເອງ​ຈິ່ງ​ມີ​ຄວາມ​ສຳຄັນ​? ”
ຂ້ອຍ​​ເຫັນ​ວ່າ​ຄຳ​ຖາມ​ນີ້​ເປັນ​ຄຳ​ຖາມ​ທີ່​ສຳຄັນ, ຂ້ອຍ​​ຈຶ່ງ​ໄດ້​ໃຫ້​ເວລາ​ກັບ​ການ​ຕອບ​ຄຳ​ຖາມ​ນີ້​ຫລາຍ​​ແດ່, ແລ້ວ​ຂ້ອຍ​​ກໍ​ຕອບ​ວ່າ:
“ ກໍ່​ເພາະ​ວ່າ: ​ຄຸນຄ່າ​ທີ່​ເຮົາ​ປະ​ເມີນ​ຕົວ​ເອງ​ຈະ​ເປັນ​ຕົວ​ກຳນົດ​ສິ່ງ​ທີ່​ເຈົ້າ​ເປັນ ”
ໂອ​ກາດ​ທີ 8 : ໂອ​ກາດ​ໃນ​ການ​ພັດທະນາ​ທັກ​ສະ​ຄວາມ​ເປັນຜູ້​ນຳ​ຂອງ​ເຈົ້າ
     ຂ້ອຍ​ຍັງ​ຈຳ​ໄດ້​ດີ​ສະໄໝ​ທີ່​ຂ້ອຍ​​ເປັນ​ເດັກນ້ອຍ, ​ເບິ່ງ​ພໍ່​ຈົນ​ຂອງ​ຂ້ອຍ​ຢືນ​ເວົ້າ​ຢູ່​ເທິງ​ເວ​ທີ​ດ້ວຍ​ຄວາມຫມັ້ນ​ໃຈ​ແລະ​ຈິງ​ໃຈ​ເພື່ອ​ກ່າວ​ຕ້ອນຮັບ​ບັນດາ​ເຈົ້າ​ຄູ​ທີ່​​ໄດ້ຮັບ​ການ​ບັນ​ຈຸ​ເຂົ້າ​ມາ​ຢູ່​ເຂດ​ການສຶກສາ​ຂອງ​ທ່ານ​ໃນ​ແຕ່​ລະປີ.
     ຂ້ອຍ​​ມີ​ຄວາມ​ຮູ້ສຶກ​ພູູມໃຈ​ຫລາຍ​ທີ່​ໄດ້​ເຫັນ​ວ່າ​: ຄູ​ທຸກ​ຄົົນທີ່​ຢູ່ໃນ​ຫ້ອງ​ນັ່ງ​ຟັງ​ຢ່າງຕັ້ງ​ໃຈ
     ແລະ​ຫລາຍ​ເທື່ອ​ເຊັ່ນ​ກັນ, ຂ້ອຍ​ກໍ່​ໄດ້​ມີ​ໂອ​ກາດ​ເຝົ້າ​ເບິ່ງ​ພໍ່ລວຍ​ຂອງຂ້ອຍຢືນ​ເວົ້າ​ຢູ່​ເທິງ​ເວ​ທີ​ກັບ​ລູກ​ຈ້າງ​ນັບ​ຮ້ອຍ​ຄົນໃນ​ງານລ້ຽງ​ສັງສັນ​ຂອງ​ບໍລິສັດ​ຂອງ​ທ່ານ​. ນອກ​ຈາກ​ນີ້​, ຂ້ອຍ​​ຍັງ​ເຄີຍ​ມີ​ໂອ​ກາດ​ນັ່ງ​ຢູ່​ຂ້າງຫລັງຫ້ອງ​ປະ​ຊຸມ​ໃນ​ຂະນະ​ທີ່ພໍ່ລວຍ​ຂອງ​ຂ້ອຍ​ກຳ​ລັງ​ກ່າວ​ຄຳ​ປາ​​ໃສ​ກ່ຽວກັບ​ອະ​ດີດ, ປະຈຸບັນແລະ​ອະນາຄົດ​​ທຸລະກິດ​ຂອງ​ທ່ານ​ຕໍ່​ຄະນະ​ກຳມະການ​ບໍລິຫານ​ແລະ​ບັນດາ​ພວກ​ຜູ້​ຖື​ຫຸ້ນ​ລາຍ​ໃຫຍ່ໃນ​ບໍລິສັດ​ຂອງ​ທ່ານ.
     ເຫດ​ທີ່​ເຮັດໃຫ້​ທຸລະກິດ​ການ​ຕະຫລາດ​ແບບ​ເຄືອ​ຂ່າຍ​ຍັງ​ຄົງ​ເຕີບ​ໃຫຍ່​ຕໍ່ໄປ, ອະນາຄົດ​ຂອງ​ທຸລະກິດ​ການ​ຕະຫລາດ​ແບບ​ເຄືອ​ຂ່າຍ​ເບິ່ງ​ອອກ​ຈະ​ສົດ​ໃສ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ການ​ປ່ຽນ​ແປງ​ທາງ​ເສດຖະກິດ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ທຸກວັນ​ນີ້​ມີ​ແນວ​ໂນ້ມ​ທີ່​ຈະຊ່ວຍ​ຊຸກຍູ້​ຜູ້​ຄົນ​ໃຫ້​ເຂົ້າ​ສູ່​ທຸລະກິດຂຶ້ນ​ເລື້ອຍ​ໆດ້ວຍ​ເຫດຜົນ​ຕໍ່ໄປ​ນີ້:
1. ຜູ້​ຄົນ​ຕ້ອງ​ການ​ທີ່​ຈະ​ມີ​ອິດສະຫລະພາບ​ຫລາຍ​ຂຶ້ນ
2. ຜູ້​ຄົນ​ຕ້ອງ​ການ​ຄວາມ​ຮັ່ງມີ​ຫລາຍ​ຂຶ້ນ
3. ກອງ​ທຸນ​ເງິນກະສຽນ​ອາ​ຍຸ​ກຳ​ລັງ​ຈະ​ຖືກ​ຍົກ​ເລີກ
4. ຜູ້​ຄົນ​ຈະ​ຕະ​ໜັກ​ຫລາຍ​ຂຶ້ນ
5. ໂລກ​ກໍ່​ຈະ​ຕື່ນ​ຕົວ​ຂຶ້ນ
6. ການ​ຕົກ​ຕ່ຳ​ອາດຈະ​ບໍ່​ເກີດ​ຂຶ້ນ
     ເພື່ອ​ທີ່​ຈະ​ປ່ຽນ​ວິທີ​ການ​ຄິດ​ກ່ຽວກັບ​ເລື່ອງ​ການ​ເງິນ​ຈາກ​ພາຍ​ໃນ, ຄຳ​ຕອບ​ຂອງ​ຂ້ອຍ​​ກໍ​ຄື: “ ມີ​ຫລາຍ​ວິທີນຳກັນ​ທີ່​ເຮົາ​ຈະ​ຫາ​ພີ່​ລ້ຽງ​ໃຫ້​ກັບ​ຕົວ​ເອງ​ໄດ້ສຳລັບ​ຕົວຂ້ອຍ​ເອງ, ຂ້ອຍ​​ມີ​ພີ່ລ້ຽງ​ຢູ່​​ນຳກັນ​ຫລາຍ​ຄົນແລະ​ພີ່​ລ້ຽງ​ທີ່​ຢ້ຽມ​ທີ່ສຸດ​ທີ່​ຂ້ອຍ​​ໄດ້​ພົບ​ກໍ​ຄື: ຫ້ອງ​ສະໝຸດ​ເທບ​ຂອງ ​ໄນ​ຕິງ​ເກລ ໂຄ​ແນນຕ໌. ໃນ​ປີ 1974 ເມື່ອ​ລາ​ອອກຈາກ​ກອງທັບ​ເຮືອ​ແລະ​ສະໝັກ​ເຂົ້າ​ເຮັດວຽກ​ກັບ​ ບໍລິ​ສັດ ​ຊີ​ລັອກຊ໌ ຂ້ອຍ​​ຕະ​ໜັກ​ດີ​ວ່າ: ຂ້ອຍ​​ຈຳເປັນ​ຕ້ອງ​ຮຽນ​ຮູ້​ທັກ​ສະ​ຜູ້​ນຳ​ແບບ​ໃໝ່, ທັງໆທີ່​ທັກ​ສະ​ຜູ້​ນຳ​ທີ່​ຂ້ອຍ​​ໄດ້​ຮຽນ​ຮູ້​ຈາກ​ກອງທັບ​ເຮືອ​ຈະ​ເປັນ​ສິ່ງ​ທີ່​ມີ​ຄ່າ​ເຫລືອປະ​ມານກໍ່ຕາມ, ແຕ່​ມັນ​ກໍ່ບໍ່​ສາມາດ​ນຳ​ມາ​ໃຊ້​ໄດ້​ໃນ​ໂລກ​ຂອງ​ການ​ດຳ​ເນີນ​ທຸລະກິດ.
ທີ່​ມາ: ຫນັງສື​ພ່ອນ​ລວຍ​ສອນ​ລູກຊຸດ: ​ໂຮງຮຽນ​ສອນ​ທຸລະກິດ

0 ความคิดเห็น:

แสดงความคิดเห็น