วันพุธที่ 19 กันยายน พ.ศ. 2555

ບັນຫາທີ່ນັກທຸລະກິດເຄື່ອຄ່າຍທຸກຄົນຕ້ອງໄດ້ພົບ


        ການ​ເ​ຮັດ​ທຸລະ​ກິດ​ເຄືອ​ຂ່າຍ​ເປັນ​ອີກ​ອາຊີບໜຶ່ງທີ່ດີ​, ​ເປັນ​ການ​ໃຊ້​ເວ​ລາວ່າງ​ໃຫ້​ເກີດ​ປະ​ໂຫຍ​ດ, ບົ່ງບອກຄວາມ​ເປັນຕົວ​ທ່ານ​: ດຸໝັ່ນ, ​ເປັນ​ຄົນ​ທີ່​ມີ​ຝັນ​ອັນ​ສວຍ​ງາມ…​ແລະ​ທີ່​ສຳຄັນ​ຄື: ຢາກ​ຊ່ວຍ​ເຫລືອ​ຄົນ​ຮັກ​ແພງທີ່​ຢູ່​ອ້ອມ​ຂ້າງ​ໃຫ້​ເຫັນ​​ໂອ​ກາດ​ທີ່​ດີ​ໃນ​ທຸລະ​ກິ​​ດ​ເຄືອ​ຂ່າຍ.
ຄວາມ​ຫວັງ​ດີ​ທີ່​ຢາກ​ຊ່ວຍ​​ເຫລືອ​ໃນ​ທຸລະ​ກິດ​ເຄືອ​ຂ່າຍ​ນີ້ລະ​ມັນ​ໄດ້​ເຮັ​ດ​ໃຫ້​ພວ​ກ​ເຮົາ​ເຈົ້າ​ຂ້ອຍ​ເຈັບ​ຊ້ຳຫົວ​ໃຈ​ມາ​ຫລາຍ​ຕໍ່ຫລາຍ​​ເທື່ອ​ນັບ​ຈຳນວນ​ບໍ່​ໄດ້ແລ້ວ(ໜຶ່ງ​ໃນ​ນັ້ນມີ​ຂ້າພະ​ເຈົ້າ​ຢູ່​ນຳ). ​ໃນ​ຄວາມ​ຄິດ​ພວກ​ເຮົາ​ຄື​: ໃຫ້​​ໂອ​ກາດ​ແລະ​ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້​ເຫັນ​ອີກ​ອາຊີບໜຶ່ງທີ່​ສາມາດ​ສ້າງ​ອະນາຄົດ​ໃຫ້ສົດ​​ໃສ​ໄດ້. ​ແຕ່​ໃນ​ຄວາມ​ຄິດ​ທີ່ຄົນ​ເຮົາ​ໄປ​ແນະນຳ​ລະ? ​ເຂົາ​ຄິດ​ແບບ​ດຽວກັບ​ພວກ​ເຮົາ​ບໍ່? ​ແນະນຳ​ໄປ​ແນະນຳ​ມາຫລາຍໆ​ເທື່ອ, ຢ້ານ​ແຕ່​ເຂົາ​ຄິດ​ແນວ​ນີ້: ​ເຂົ້າ​ໃຈ​ວ່າ​ຄິດ​ຮອດ​ຄິດ​ເຖິງ​ກັນ​ຈິ່ງ​​ໂທ​ມາ​ຢາມຖາມ​ຂ່າວ, ທີ່​ແທ້​ກໍ່ຢາກ​ມາ​ຂາຍຂອງ​ໃຫ້, ຢາກ​ມາ​ຊວນ​ເຂົ້າ​ຮ່ວມ​ທຸລະ​ກິດ​ນຳ​ດ​ອກ, ຄັນຊັ້ນຄື​ຊິ​ບໍ່​ໂທມາ​ຫລື​ມາ​ຫາ​ຮອດ​ເຮື​ອນດອກ, ຂ້ອຍ​ມີວຽກ​ເຮັດ, ໜ້າທີ່​ການງານ​ກໍ່ໝັ້ນຄົງ​ແລ້ວ, ລາຍ​ໄດ້ກໍ່ພໍ​ຢູ່​ພໍ​ກິນ​​ແລ້ວ, ຂ້ອຍບໍ່ມີ​ເວ​ລາ, ຂ້ອຍ​ບໍ່ສົນ​ໃຈ, ມັນ​ຫລອກ​ລວງ​ຕົ້ມຕຸ໋ນ…​ແທນ​ທີ່​​ເຂົາ​ຈະ​ຄິດ​ວ່າ:​ ທ່ານ​ເປັນ​ຄົນ​ມີນ້ຳ​ໃຈ, ມີ​ຂ່າວ​ດີໆກໍ່​​ໂທ​ມາບອກ, ສົ່ງ​ຂ່າວ​ຮອດ​ເຮືອນ; ສຸດ​ທ້າ​ຍ,​ ຄວາມ​ຫວັງ​ດີ​ຂອງ​ທ່ານ​ກໍ່ຖືກ​ເບິ່ງວ່າ​ເປັນ​ຄວາມ​ຫວັງ​ຮ້າຍ​ຊ້ຳ…ທ່ານ​ລອງ​ຖອດ​ວິນ​ຍານ​ແລ້ວ​ໄປ​ສວ​ມ​ໃສ່​ຮ່າງ​ກາຍ​ເຂົາ​ເບິ່ງ, ຫາກ​ເຂົ​າ​ປະ​ຕິ​ບັດ​ກັບ​ທ່ານ​ເປັນ​ປະ​ຈຳ​ແບບ​ນີ້, ​​ໂທ​ຕິດຕາມຊ່ຳ​ເປັນ​ຄົນ​ພິ​ເສ​ດ VIP ​ແບບ​ນີ້, ທ່ານ​ຈະ​ມັກ​ບໍ່?, ທ່ານ​ຈະ​ລັງກຽດບໍ່?
ລອງ​ເບິ່ງ 8 ສິ່ງ​ທີ່​ທ່ານ​ເຮັດ​​ແລ້ວ​ຄົນ​ທັງ​ໂລກ​ກຽດທ່ານ:
      1. ໝັ່ນ​ໂທ​ໄປ​ຫາ​ເຂົາ​ເພື່ອ​​ເປີດ​​ໂອກາດ​ທາງ​ທຸລະ​ກິດ​​​: ໝັ່ນ​ໂທ​ໄປ​ຫາ​ຖາມ​ຂ່າ​ວຄາວ​ສະບ​າຍດີ, ສຸດ​ທ້າຍ​ກໍ່​ໂທ​ໄປ​ຊັກ​ຊວນ​ເປີດ​​ໂອກາດ​ທາງ​ທຸລະ​ກິດ, ​ໂທ​ໄປ​ຊວນ​ວ່າ​ມີ​ໂປ​ຣ​ໂມ​ຊັ່ນ​ໃໝ່, ​ໂທ​ໄປ​ບອກ​ວ່າ​ວັນນີ້ມີ​ສຳ​ມະ​ນາ​ຂາດ​ບໍ່​ໄດ້ສຳຄັນ​ຫລາຍ(ສົງ​ໃສ​ຕ້ອງ​ແມ່ນ​ເລື່ອງ​ເປັນ​ເລື່ອງ​ຕາຍ​ແນ່ນອນ), ​ໂທ​ໄປ​ຊວນ​ມາ​ນັ່ງ​ກິນກາ​ເຟ, ​ໂທມ​າຊວນ​ໄປ​ກິນ​ເຂົ້າ…ສຸດ​ທ້າຍ​ແມ່ນ​ຢາກ​​ໃຫ້​ເຮັດ​ທຸລະ​ກິດ​ນຳ.
      ຖ້າຫາກ​ເຂົາ​ມັກ, ​ເຂົ​າ​ເຫັນ​ໂອກາດ​ເໝືອນດັ່ງ​ທີ່​ທ່ານ​ເຫັນ…​ເຂົາ​ຈະ​ສອບ​ຖາ​ມຂໍ້​ມູນ, ​ໂບຊົວ,​ ຊີ​ດີ, ວັນ​ເວລາ​ສຳ​ມະ​ນາ, ຢູ່ທີ່​ໃດ…ກັບ​ທ່ານ​ແລ້ວ.
      ຫລື​ຖ້າ​ຫາກ​ທ່ານ​ແມ່ນ​ຄົນ​ທຳ​ອິດ​ທີ່ມາ​ແນະນຳ​ຂ້າພະ​ເຈົ້າ​ເຮັດ​ທຸລະ​ກິດ​ເຄືອ​ຂ່າຍ​ທ່ານ​ຈະ​ເປັນ​ຄົນ​ໂຊກ​ດີ, ​ເພາະ​ຂ້າພະ​ເຈົ້າຈະ​ສຶກສາ​ຂໍ້​ມູນ​​ແ​ລະ​ຄວາ​ມ​ເປັນ​ໄປ​ໄດ້​ຂອງ​ບໍລິ​ສັດ​ສູງ​ສຸດ​ປະມານ 1 ອາທິດ, ຫາກ​ມີ​ເງິນ​ກໍ່ຈະ​ສະໝັກ​ນຳເລີຍ.
​      ທ່ານ​ອາດ​ຈະ​ບໍ່​ເຄີຍ​ໄດ້​ຟັງ​ຄຳ​ເຫລົ່າ​ນີ້ຈາກ​ປາກ​ເຂົາ​ໂດຍ​ກົງ​ດອກ, ​ແຕ່​ສຳນຽງສຽງ​ເວົ້າ​ມັນ​ຟ້ອງ​ວ່າ: ກະ​ຍັງ​ວ່າ​ບໍ່​ເຫັນ, ກະ​ຍັງ​ວ່າ​ບໍ່ມັກ, ກະ​ຍັງ​ວ່າ​ບໍ່​ເຮັດ, ກະ​ຍັງ​ວ່າ​ບໍ່ຢາກ​ຮູ້​ບໍ່ຢາກ​ເຫັນ…​ເຂົາ​ຄົງ​ຈະ​ບໍ່ຕອບ​ຂາດ​ປຸດ​ບາດ​ດຽວ​ໃຫ້​ທ່ານ​ຟັງ​ດອກ. ຄໍາ​ເຫລົ່ານີ້ທີ່​ທ່ານ​ອາດ​ຈະ​ໄດ້​ຟັງ​ເປັນ​ປະຈຳ​​ເມື່ອ​ເວລາ​ທີ່​ທ່ານ​ໂທ​ໄປ​ຫາ​ເຂົາ: ຂໍ​ຄິດ​ເບິ່ງ​ກ່ອນ, ຂໍ​ຖາມ​ຄອບຄົວ​ເບິ່ງ​ກ່ອນ, ຖາມ​ເພື່ອນ, ຍາ​ດຕິ​ພີ່​ນ້ອງ​ເບິ່ງ​ກ່ອນ…ນ້ຳສຽງ​ແບບ​ບໍ່​ມີ​ຄວາມ​ກະຕືລືລົ້ນທ່ານກໍ່ຈົ່ງ​ລຶບ​ລາຍຊື່​ຂອງ​ເຂົາ​​ອອກ​ຈາກ​ລິດສ໌ຂອງ​ທ່ານ​ໄດ້​ເລີຍ.
      2. ໝັ່ນໃຫ້ຂອງຂວັນເຂົາ: ໃຫ້ໂບຊົວ, ຊີດີ, ບັດເຂົ້າງານສຳມະນາ(ຕ້ອງຊື້)…ນ້ຳໃຈຂອງທ່ານປະເສີດແທ້, ພົບເທື່ອໃດກໍ່ມີຂອງຂວັນມອບ​ໃຫ້​ທ່ານ, ພ້ອມກັບຄຳສົ່ງທ້າຍກ່ອນຈາກ: ອ່ານໃຫ້ຈົບ, ເບິ່ງໃຫ້ໄດ້, ມີຄຸນປະໂຫຍດຕ່າງໆນາໆ…ທ່ານເຄີຍເບິ່ງວີຊີດີເປີດໂອກາດທາງທຸລະກິດກັບຜູ້ມຸ່ງຫວັງຂອງທ່ານແລ້ວບໍ່? ຂ້າພະເຈົ້າເຄີຍເບິ່ງແລ້ວ: 3 ແຜ່ນ(ແຕ່ລະແຜ່ນຫລາຍກວ່າ 45 ນາທີ, ທີ່ຖືກຄັດສັນມາເປັນຢ່າງດີແລະເຊື່ອວ່າຫລາຍທ່ານຍັງບໍ່ທັນມີຊ້ຳ), ຮູ້ບໍ່ໃຊ້ເວລາເທົ່າໃດ? ບໍ່ຮອດ 20 ນາທີ. ​ເຂົາ​ອັດ​ສະ​ລິ​ຍະ​​ເຫລືອ​ເກີນ​ທີ່​ສາມາດ​ຫຍໍ້​ເລື່ອງທີ່​ຍາວ 135 ນາທີ​ມາ​ເປັນ 20 ນາທີ. ຫລັງ​ເບິ່ງ​ແລ້ວ​ຂ້າພະ​ເຈົ້າ​ຖາມ​ເຂົາ​ວ່າ: ​ເຂົ້າ​ໃຈບໍ່? ຕອບ: ​ເຂົ້າ​ໃຈ…​ໂອ໋ມາຍ​ກອດ. ​ຂ້າພະ​ເຈົ້າ​ໃຊ້​ເວລາ​ສຶກສາ​ຫລາຍ​ຫລົບ​ຫລາຍ​ຕ່າວ​ຈິ່ງ​ຄ່ອຍ​ເຂົ້າ​ໃຈ…ຜູ້​ມຸ່ງ​ຫວັງ​ຂອງ​ທ່ານ​ກໍ່ອາດ​ເປັນ​ແບບ​ນີ້ລະ.
      3. ໝັ່ນຊັກ​ຊວນ​ເຂົາ​ເຂົ້າ​ຮ່ວມ​ທຸລະ​ກິດ​ທຸກ​ຄັ້ງທີ່​ພໍ້ໜ້າ: ລົມ​ກັນ​ບໍ່ຮອດ​ 15 ນາທີ, ທ່ານ​ກໍ່ກ້ຽວມາ​ເປີດ​ໂອກາ​ດທາງ​ທຸລະ​ກິດ​ກັບ​ເຂົາ​ອີກ​ແລ້ວ, ສະ​ແດງ​​ໃຫ້​ເຂົາ​ເຫັນ​ວ່າ​ມີ​ຫຍັງ​ດີ​ຢູ່​ບໍລິສັດ​ນີ້: ​ແຜນ​ດີ, ບໍລິສັດ​ໝັ້ນຄົງ, ຜະລິດ​ຕະພັນ​ຍອດ​ຢ້ຽ​ມ…ບໍລິ​ສັດ​ອື່ນ​ຍອ​ດ​ແຢ້, ບໍ່ດີ​ເທົ່າ…​ເຄີຍຖືກ​ກັບ​ຕົວ​ເອງ​​ແລ້ວ​ຢາກ​ບອກ​ວ່າ​: ລຳ​ຄານ. ມີ​ເລື່ອງລົມ​ກັນ​ເປັນ​ຮ້ອຍ​ເປັນ​ພັນ​ເປັນ​ຫຍັງ​ຈິ່ງ​ຕ້ອງ​ມາ​ກ້ຽວ​ໃສ່​ເລື່ອງ​ນີ້, ຖ້າ​ຈະ​ເຮັດ​ກໍ່ຄົງ​ຈະ​ບໍ່ປ່ອຍ​ເວລາ​ມາ​ຮອດ​ວັນນີ້. ຂໍ​ບອກ​ເລີຍ​ວ່າ: ຫາກ​ທ່ານ​ປະ​ຕິ​ບັດ​ເຊັ່ນນີ້​ເປັນ​ປະຈຳ, ​ພົບໜ້າທ່ານ​ຄັ້ງໜ້າທ່ານ​ຈະ​ບໍ່​ເຫັນ​ເງົາ​ເຂົາ​ປະ​ກົດ​ຢູ່​ໄກ້​ທ່ານ.
      4. ໝັ່ນ​ໄປ​ຢ້ຽ​ມຢາມ​ເຂົາ​ຮອດ​ເຮືອ​ນ: ຫາກ​ທ່ານ​ກຳລັງ​​ເຮັດ​ວິທີ​ນີ້ຂໍ​ບອກ​ວ່າ​ທ່ານ​ເປັນ​ຄົນ​ດຸໝັ່ນ, ​ໃຈ​ກ້າ, ມີ​ເປົ້າໝາຍ(​ແຕ່​ເສຍ​ດາຍ​ທ່ານຍິງ​ບໍ່ຖືກ​ເປົ້າ). ຫາກ​ເປັນ​ຍ້ອນ​ຄວາມ​ຄິດຮອດ​ຄິດ​ເຖິງ​​ເຈົ້າ​ຂອງ​ເຮືອນຄົງ​ຈະ​ປຶ້ມ​ໃຈ​ສຸດໆ, ​ແຕ່​ຖ້າ​ຫາ​ກ​ໄປ​ພົບ​ເຂົາ​ເພື່ອ​ຈະ​ຂາຍຂອງ, ​ເພື່ອ​ຈະ​ພັນຄອມ​ມິດ​ຊັ້ນຈາກ​ເຂົາ​ລະ…​ເມື່ອ​ເຂົາ​ເຈົ້າ​ຈັບ​ໄຕ໋​ໄດ້​ວ່າ: ທ່ານ​​ໄປ​ຫາ​ເຂົາ​ເພື່ອ​ຫວັງ​ຜົນ​ປະ​ໂຫຍ​ດ,​ ​ເອົາລະ​ບັດ​ນີ້ງານ​ເຂົ້າ…​ເຂົາ​ຈະ​ປິ​ດ​​ປະຕູ​ບ້ານ​ເມື່ອ​ທ່ານ​ມາ​ຍ່າງ​ມາ​ໄກ້​ເຮືອນ​ເຂົາ, ບໍ່ຮັບ​​ໂທລະ​ສັບ​ເມື່ອ​ທ່າ​ນ​ໂທ​ເຂົ້າ​ມາ. ​​ເສຍ​ໃຈ​ດ້ວຍ,​ ທ່ານ​ໄດ້​ທຳລາຍ​​ມິດ​ໄມຕຣີ​ໃຫ້​ແຕກ​ສະຫລາຍ​ລົງ​ອີກ​ແລ້ວ.
      5. ຕົວະ​ຜູ້​ມຸ່ງ​ຫວັງ​ເຂົ້າ​ຮ່ວມ​ສຳ​ມະ​ນາດ້ວຍຄຳຊັກ​ຊວນ​ທີ່​ຜິດໆ: ບອກ​ກັບ​ຜູ້​ມຸ່ງ​ຫວັງ​​ວ່າມື້ນີ້ມີ​ສຳ​ມະ​ນາ​ໃຫຍ່, ​ວິທີການ​ສ້າງ​ລາຍ​ໄດ້​ແບບ​ທີ່​ເຮົາ​ບໍ່ທັນ​ເຄີຍ​ໄດ້​ລອງ​ມາ​ກ່ອນ, ລາຍ​ໄດ້​ດີ​ນຳ​ອີກ, ມີ​ຜູ້​ຊ່ຽວຊານ​ມາບັນຍາຍ, ບໍ່ມີໝູ່​ໄປ​ນຳຢາກ​ໃຫ້​ໄປ​ເປັນ​ເພື່ອນ, ທຸກ​ຢ່າງ​ຟຣີ…​ເມື່ອຜູ້​ມຸ່ງຫວັງ​ຖາມ​ມັນ​ກ່ຽວກັບ​ຫຍັງ? ບໍລິສັດ​ຫຍັງ?, ຮູບ​ແບບ​ແນວ​​ໃດ?…​ເອີ່ໆ…ອ່າໆ…​ແລ້ວທ່ານ​ຕອບ​ວ່າ​ບໍ່ຮູ້(ທີ່​​ແທ້ຫໍ່​ຮູ້​ເຕັມ​​ໃສ້), ຫາກ​ບອກ​ວ່າ​: ​ເຮັດ​ທຸລະ​ກິດ​ເຄືອ​ຂ່າຍ, ​ເຂົາ​ຄົງ​ຈະ​ບໍ່ຫລິ້ນດ້ວຍຕົວະ​ໄປ​ກ່ອນ. ​ເລື່ອງ​ອື່ນ​ເອົາ​ໄວ້​ຫລັງ.
      ຜູ້​ມຸ່ງ​ຫວັງ, ​ເພື່ອນ​ຫລື​ຄົນ​ຮັກ​​ແພງ​ຂອງ​ທ່ານ​…ບາງ​ຄົນກໍ່ຢາກ​ໄປ, ​ບາງ​ຄົນ​ກໍ່ອີ່​ຕົນ​ທ່ານ​ຈິ່ງ​ໄປ​ເປັນ​ເພື່ອ​ນ​ໂດຍ​ບໍ່​ໄດ້​ຄິດ​ຫຍັງ, ​ເມື່ອ​ໄປ​ຮອ​ດງານປະກົດ​ວ່າທ່າ​ນຮູ້ຈັກ​ຄົນຫລວງ​ຫລາຍ​​ໃນ​ງານ, ນັບ​ແຕ່​ອັບ​ລາຍ​ນ້ອຍ​ຈົນ​ຮອດ​ອັບ​ລາຍ​ໃຫຍ່, ຊ້ຳບໍ່ໜຳພາ​ໄປ​ແນະນຳ​ອີກ…ຮູ້ໝົດ​ເປື​ອກທ່ານ​ແລ້ວ​ບາດນີ້, ພາ​ມາ​ເປີດ​ໂອກາດ​ທາງ​ທຸລະ​ກິດ​ນີ້​ເອງ. ​ເປັນ​ທ່ານໆຈະ​ຮູ້ສຶກ​ແນວ​​ໃດ​ເມື່ອ​ທ່າ​ນຖື​ກຕົວະ​​ແບບ​ນີ້? ຕອບຊ່ວຍ: ຈະ​ບໍ່ມີ​ເທື່ອ​ໜ້າອີກ…ຊົມ​​ເຊີຍ​ທ່ານ​ໄດ້​ຂ້າ​ລາຍ​ຊື່​ຜູ້​ມຸ່ງ​ຫວັງອອກ​ຈາ​ກລິດສ໌​ຂອງ​ທ່ານ​ໄປອີກ​​ແລ້ວ​ 1 ຄົນ.
      6. ໃຫ້​ເຂົາ​ເປັນ​ຂົວ​ຕໍ່​ໃຫ້​ທ່ານ​ຮູ້​ຈັກ​ກັບ​ຄົນ​ອື່ນ: ນໍາ​ສະ​ເໜີ​ໂອກາດ​ທາງ​ທຸລະ​ກິດ​​ຕໍ່​ເຂົາ​ແລ້ວ​ຍັງ​ບໍ່ພໍ, ທ່ານ​ຍັງ​ໃຈ​ດີ​ຢາກ​ຈະ​ນຳ​ສະ​ເໜີຕໍ່ຄົນຮູ້​ຈັກ​ຂອງ​ເຂົາ​ອີກ. ​ເຮັດ​ວິທີ​ໃດ​ລະ? ຊວນ​ເຂົາ​ເຂົ້າ​ຮ່ວມ​ປະຊຸມ​ຫລື​ສຳ​ມະ​ນາ​ຕິລະ, ​ໂດຍ​ຝາກ​ທ້າຍ​ຕື່ມ​ອີກ​ວ່າ: ​ຢ່າ​ລື​ມຊວນ​ຄົນ​ທີ່​ຮູ້ຈັກ​​ເຂົ້າ​ຮ່ວມ​ງານ​ນຳຈັກ 3, 4 ຄົນ. ຍິງ​ປຶ​ນລູກດຽວ​ໄດ້ນົກ 3, 4 ​ຕົວ​ພ້ອ​ມກັນ, ປະ​​ເສີດ​ແທ້, ບໍ່​ໄດ້​ເອື້​ອຍຊິ​ເອົາ​ນ້ອງ​ແທນ​ຄື​​ໂບຮາ​ນ​ເພີ່ນ​ກ່າວ​ຕົ໋ວນີ້. ​ຜູ້​ມຸ່ງ​ຫວັງ​ຄົງ​ຈະ​ຍັງ​ຄົງຄວາມ​ສັດທາ​ໃນ​ຕົວທ່ານອີກ​ຫລືບໍ່? ຢ້ານ​ແຕ່​ເຂົາ​ຄິດ​ວ່າ​ໂລ​ບ​ມາກ​ຕິລະ !!!
     7. ເວົ້າ​​ເກີ​ນຄວາມຈິງ​​ເລື່ອງ​ລາຍ​ໄດ້: ​ເຮັດ​ວຽກບໍ່ຮອດ 2 ​ເດື​ອນລາຍ​ໄດ້ກວ່າ 25 ລ້ານ​ກີບ, ​​ເຮັດ 3 ​ເດື​ອນກວ່າ 40 ລ້ານ​ກີບ…​ຢູ່​ຕ່າງ​ປະ​ເທ​ດອາດ​ຈະ​ໄດ້​ແທ້​ຫລື​ກາຍ​ກວ່າ​ນັ້ນ, ​ແຕ່​ຢູ່​ປະ​ເທດ​ເຮົາ​ຂ້ອນ​ຂ້າງ​ຍາກ​ເຕີບ​ຢູ່​ໃດ. ຖ້າ​ໄດ້​ແທ້​ພໍ່​ແມ່, ອ້າຍ​ນ້ອງ, ຍາດຕິ​ພີ່ນ້ອງ​…​ເຮັດນຳ​ຫລື​ຍັງ? ​ເຂົາ​ຈະ​ເປັນ​ຄົນຮູ້​ກ່ອນທີ່​ຂ່າວ​ຈະຕົກ​ມາ​ເຖິງ​ພວກ​ເຮົາ​ອີກ​ແມ່ນ​ບໍ່? ​ເປັນ​ຫຍັງ​ຈິ່ງ​ບໍ່ພ້ອມພຽງຮຽງໜ້າກັນ​ເຮັດ​ລະ?…ຫລື​ມັນ​ເປັນ​ຄຳ​ເວົ້າ​ທີ່​ເກີນ​ຄວາມ​ຈິງ​​ເທົ່າ​ນັ້ນ. ຄວາ​ມຈິງ​ມັນ​ກໍ່ຄື​ຄວາມ​ຈິງ. ​ແຕ່​ແນ່ນອນ​ລະ, ຫາກ​ເຮັດ​ຈິງ​ຈັງ​ລາຍ​ໄດ້​ທີ່​​ໄດ້​ຮັບ​ອາດ​ຫລາຍ​ກວ່າ​ເງິ​ນ​ເດືອນ​ປະຈຳ, ​ແຕ່​ເປັນ​ຫຍັງ​ລະ​ເວລາ​ຂຶ້ນ​ແຊ​ປະສົບ​ການ​ລາຍ​ໄດ້​ຈິ່ງ​​ເພີ່ມ​​ເປັນ 2, ​3 ​ເທົ່າ…
      8. ໝັ່ນສະ​​ແປ​ມ​ເມ​ວ: ເປີດ​ອີ​ເມ​ວຂຶ້ນມາ​ເທື່ອ​​ໃດ​ທ່ານ​ກໍ່ບໍ່ລື​ມທີ່​ຈະ​ສົ່ງ​ອີ​ເມ​ວ, ສົ່ງ​ Code ທີ່​ທາງ​ທີ​ມງານ​ຕັ້ງ​ໃຫ້​ໄປ​​ໃຫ້​ກັບ​ຄົນ​ທີ່ຢູ່​​ໃນ​ລິດສ໌ອີ​ເມ​ວຂອງ​ທ່ານ, ສົ່ງ​ໄປ​ຕະຫລອດ​ແຕ່​ຜູ້​ຮັບ​ກໍ່ບໍ່​ເຄີຍ​​ເປີດ​ເບິ່ງ​ຕະຫລອດ. ສະ​​ແປ​ມ​ເມວ​ແມ່ນ​ການ​ສົ່ງ​ຂ່າວສານ​, ຂໍ້​ຄວາມ…​ໂດຍ​ທີ່​ບໍ່​ໄດ້​ຮັບ​ການ​ຍິນ​ຍອມ​ຫລື​ອະ​ນຸຍາດ​ຈາກ​ເຂົາ​ກ່ອນ, ບໍ່​ໄດ້​ເປັນ​ສະມາຊິກຂ​ອງ​ເຮົາ, ​​ເປັນ​ການ​ລົບ​ກວນ​ຄວາມ​ເປັນ​ສ່ວນ​ຕົວ​ອີກ​ຢ່າ​ງໜຶ່ງ. ບາງ​ປະ​ເທດອອກ​ກົດໝາຍຫ້າມ​ແລ້ວ: ຜູ້​​ໃດ​ລະ​ເມີດ​ຄວາມ​ເປັນ​ສ່ວນ​ຕົວ​​ໂດຍ​ການ​ສະ​ແປ​ມ​ເມວມີ​ໂທດ.
​      ເຫັນ​ຢ່າງ​ນີ້​ແລ້ວ, ​ເພື່ອນໆກໍ່ຈົ່ງ​​ເຮັດ​ໃຫ້​ມັນ​ສົ​ມມາ​ພາ​ຄວນ, ຮັກສາ​​ໄລຍະ​ຫ່າງ​ແມ່ນ​ເປັນ​ການ​ດີ​ທີ່​ສຸດ, ​ເຂົ້າ​​ໃຈ​ທຸກ​ຄົນ​ທີ່​ສະໝັກ​ເຂົ້າ​ມາ​ແລ້ວ​ກໍ່ຢາກ​ເຮັດ​​ໃຫ້​ເຕັມທີ່, ຢາກ​ກ້າວ​ຂຶ້ນ​ໂພດຽມ, ຢາກ​​ເປັນໜຶ່ງ​ໃນ​ລ້ານ…​ແຕ່​ເຮົາ​ຢ່າ​ເຮັດ​ໃຫ້​ການ​ເຮັດ​ທຸລະ​ກິດ​ເຄື​ອຂ່າຍ​ທຳລາຍ​ໄມຕຣີອັນ​ດີ​ງາມ​ຂອງ​ທ່ານກັບ​ຄົນ​ທີ່ທ່ານຮູ້​ຈັກ​ໄປ, ​ເພາະ​ມັນ​ອາດ​ຈະ​ບໍ່ກັບ​ຄືນ​ດັ່ງ​ເກົ່າ​​​​ໄດ້​ອີກ. ອ່ານ​ຈົບ​ບົດ​ນີ້​​ແລ້ວ, ຂໍ​ໃຫ້​ທ່ານ​ຈົ່ງ​ປະສົບ​ຜົນສຳ​ເລັດ, ສຸຂະ​ພາບ​ແຂງ​ແຮງ.


0 ความคิดเห็น:

แสดงความคิดเห็น